ເປີດໃຈ

ບັນຫາການຢູ່ຮ່ວມກັບແມ່ຍ່າ ແລະ ສຸຂະພາບຈິດຂອງລູກໃພ້

ປາກ້າ
ປາກ້າ
ຂ້ອຍມາຢູ່ເຮືອນຜົວໄດ້ 4 ປີແລ້ວ ແຕ່ຍັງບໍ່ມີຫຍັງດີຂຶ້ນເລີຍ ແຖມຍັງຈະເສຍສຸຂະພາບຈິດນຳອີກ. ຢູ່ເຮືອນແມ່ຍ່າຄຸມເກັ່ງຫຼາຍ ລູກຫຼານກໍຟັງຄວາມລາວໝົດ ບໍ່ມີໃຜກ້າຖຽງ. ເຮົາເປັນຜູ້ເຮັດວຽກເຮືອນ, ແຕ່ງກິນ ແລະ ເບິ່ງແຍງທຸກຄົນຄືກັບຄົນໃຊ້ ແຖມເພິ່ນຢາກເວົ້າຫຍັງໃສ່ກໍເວົ້າ ໂດຍສະເພາະເລື່ອງການລ້ຽງລູກ. ເຮົາບໍ່ຢາກໃຫ້ລູກກິນອັນນັ້ນອັນນີ້ ເພິ່ນກໍຂັດຕະຫຼອດ ຈົນລູກບໍ່ຟັງຄວາມເຮົາແລ້ວ. ເວົ້າມາແລ້ວກໍມຶນຕຶບ.

0 ຄຳຕອບ

ຍັງບໍ່ມີຄຳຕອບ. ມາເປັນຄົນທຳອິດ!

ກະລຸນາປະຕິບັດຕາມນະໂຍບາຍເວັບໄຊທ໌ຄລິກເພື່ອອ່ານນະໂຍບາຍເວັບໄຊທ໌