ເປີດໃຈ
ບັນຫາການຢູ່ຮ່ວມກັບແມ່ຍ່າ ແລະ ສຸຂະພາບຈິດຂອງລູກໃພ້
ກະຕ່າຍອ່ອນໂຍນ
ຂ້ອຍມາຢູ່ເຮືອນຜົວໄດ້ 4 ປີແລ້ວ ແຕ່ຍັງບໍ່ມີຫຍັງດີຂຶ້ນເລີຍ ແຖມຍັງຈະເສຍສຸຂະພາບຈິດນຳອີກ. ຢູ່ເຮືອນແມ່ຍ່າຄຸມເກັ່ງຫຼາຍ ລູກຫຼານກໍຟັງຄວາມລາວໝົດ ບໍ່ມີໃຜກ້າຖຽງ. ເຮົາເປັນຜູ້ເຮັດວຽກເຮືອນ, ແຕ່ງກິນ ແລະ ດູແລທຸກຄົນຄືກັບຄົນໃຊ້ ແຖມເພິ່ນຢາກເວົ້າຫຍັງໃສ່ກໍເວົ້າ ໂດຍສະເພາະເລື່ອງການລ້ຽງລູກ. ເຮົາບໍ່ຢາກໃຫ້ລູກກິນອັນນັ້ນອັນນີ້ ເພິ່ນກໍຂັດຕະຫຼອດ ຈົນລູກບໍ່ຟັງຄວາມເຮົາແລ້ວ. ເວົ້າມາແລ້ວກໍມຶນຕຶບ.