← ກັບໄປໜ້າຫຼັກ
ຊີວິດຄອບຄົວ

ບັນຫາຊີວິດຄູ່ກັບແມ່ຍ່າ

ກົບອົບອຸ່ນ
ກົບອົບອຸ່ນ
14h
ຂ້ອຍມາຢູ່ເຮືອນຜົວ 4 ປີ ຍັງບໍ່ມີຫຍັງດີຂຶ້ນ ແຖມຍັງຈະເສຍສຸຂະພາບຈິດຍ້ອນ. ໃນເຮືອນ, ຍ່າເປັນຄົນຄຸມ ແລະ ເກັ່ງຫຼາຍ, ລູກໆຟັງຄວາມ ແລະ ບໍ່ມີໃຜກ້າຖຽງ. ເຮົາເປັນຜູ້ເຮັດວຽກເຮືອນ, ແຕ່ງກິນ ແລະ ດູແລພວກເພິ່ນປານຄົນໃຊ້, ແຖມຢາກເວົ້າຫຍັງໃສ່ກໍເວົ້າ ໂດຍສະເພາະເລື່ອງການລ້ຽງລູກ. ເຮົາບໍ່ຢາກໃຫ້ລູກກິນອັນນັ້ນອັນນີ້ ເພິ່ນກໍຂັດໂລດ ຈົນລູກບໍ່ຟັງຄວາມເຮົາແລ້ວ, ເວົ້າມາແລ້ວກໍມຶນຫົວ. #ລູກໃພ້ #ແມ່ຍ່າ #ບັນຫາຄອບຄົວ

20 ຄຳຕອບ

ໝາປ່າວ່ອງໄວ
ໝາປ່າວ່ອງໄວ
14h

ແບບນີ້ຟ້າວຫາທາງໜີອອກໄປ

ກະຕ່າຍກະຕືລືລົ້ນ
ກະຕ່າຍກະຕືລືລົ້ນ
14h

😔😔😔😔😔

ເປັດຖືກໄມ້ຄ້ອນ
ເປັດຖືກໄມ້ຄ້ອນ
14h

ຖ້າເພິ່ນບໍ່ມັກ ເຮັດດີຊິຕາຍເພິ່ນກໍວ່າບໍ່ດີ

ມ້າສະຫລາດ
ມ້າສະຫລາດ
14h

ເວົ້າເລື່ອງເດັກ, ມັນເປັນທຳມະຊາດຂອງເດັກທີ່ຈະເຊື່ອຟັງຄົນທີ່ມີອຳນາດກວ່າ ເພາະມັນເປັນກົນໄກການເອົາຕົວລອດຂອງມະນຸດ. ສູ້ໆເດີ້, ຄົນນອກໄດ້ແຕ່ເປັນກຳລັງໃຈໃຫ້, ຂໍເປັນອີກ 1 ກຳລັງໃຈໃຫ້ເດີ້ 🩵

ແມວກ້າຫານ
ແມວກ້າຫານ
14h

ບໍ່ຢາກບັນຍາຍເລີຍ ການເປັນລູກໄພ້

ຊ້າງເຈີດຈ້າ
ຊ້າງເຈີດຈ້າ
14h

ອອກເຮືອນຢູ່ຕ່າງຫາກສະບາຍໃຈກວ່າ

ມົດສະຫລາດ
ມົດສະຫລາດ
14h

ປະຜົວສາແລ້ວໄປຫາເງິນ ຖ້າມີຜົວແລ້ວມັນຍັງກິນນົມແມ່

ລິງສະຫລາດ
ລິງສະຫລາດ
14h

ຂ້ອຍດີໃຈທີ່ບໍ່ໄດ້ຢູ່ເຮືອນແມ່ຍ່າ ຢູ່ເຮືອນຕົນເອງສະບາຍ ປູ່ຍ່າໂທມາຂ້ອຍຍັງບໍ່ຢາກລົມ ມີແຕ່ໃຫ້ລູກລົມນຳ

ໝີໂຊກດີ
ໝີໂຊກດີ
14h

ຂ້ອຍກຳລັງຕົກຢູ່ໃນສະພາບນີ້ຄືກັນ, ຖືພາໃກ້ຈະເກີດແລ້ວ ແຕ່ເພິ່ນຍັງໃຊ້ເຮັດນັ້ນເຮັດນີ້ທຸກຢ່າງເລີຍ. ເຮັດວຽກແລ້ວໆຈະນອນພັກຜ່ອນ ເພິ່ນກໍບໍ່ໃຫ້ນອນ, ເວົ້າວ່າຢ່ານອນຫຼາຍ ດຽວຈະເກີດລູກຍາກ

ເສືອຖືກໄມ້ຄ້ອນ
ເສືອຖືກໄມ້ຄ້ອນ
14h

ແຍກອອກໄປຢູ່ບ່ອນໃໝ່ ສະບາຍໃຈສຸດໆ ບໍ່ໄດ້ຢູ່ກັບແມ່ຢາມານຕາຍແລ້ວເກີດໃໝ່

ເປັດວິບວັບ
ເປັດວິບວັບ
14h

ຂ້ອຍກໍຢູ່ນຳຍ່າຈົນຊິໄດ້ 11 ປີແລ້ວ. ຄັນເຮົາອົດທົນໄດ້, ບໍ່ຕອບໂຕ້ກໍບໍ່ຜິດຖຽງກັນ, ຄັນເຮົາຕອບກໍວ່າລູກໃພ້ເກັ່ງ. ລ້າສຸດຜິດຖຽງກັນ, ລູກສາວ ແລະ ລູກຊາຍລາວກໍວ່າໃຫ້ຜົວເມຍພວກເຮົາພາກັນຍ້າຍອອກ, ແຍກກັນອອກຄັນວ່າບໍ່ຖືກກັນ. ຂ້ອຍຢາກຍ້າຍອອກແຕ່ຜົວບໍ່ພາອອກ, ຂ້ອຍກໍຈຳໃຈຕ້ອງຢູ່ຕໍ່. ຜົວບໍ່ພາອອກໄປແລ້ວຂ້ອຍຊິໄປແນວໃດ?

ນົກເຂົາຖືກໄມ້ຄ້ອນ
ນົກເຂົາຖືກໄມ້ຄ້ອນ
14h

ອອກໄປຢູ່ນອກດີກວ່າ ຖ້າຢູ່ໃນສະພາບແວດລ້ອມແບບໃດກໍຕາມ ຫາກເຮົາບໍ່ມີທາງເລືອກ ກໍມີແຕ່ເຮັດໃຈ ແຕ່ຖ້າມີທາງເລືອກ ຄືອອກໄປຢູ່ຕ່າງຫາກ

ມ້າໃຈດີ
ມ້າໃຈດີ
14h

ແມ່ນ, ຂະໜາດຂ້ອຍພາລູກໄປຢາມບ້ານຍ່າ ດົນໆໄປເທື່ອ ລູກໄຫ້ນິດໜຶ່ງກໍບໍ່ໄດ້, ຈົ່ມໃຫ້ພວກຂ້ອຍບໍ່ໃຫ້ລູກໄຫ້ຈັກບາດ. ຄັນລູກຢູ່ນໍາຈົນໃຫຍ່ມາຄືຊິບໍ່ເປັນຄົນ, ປູ່ຍ່າເອົາໃຈໂພດ.

ໝາມັກກິນເບຍ
ໝາມັກກິນເບຍ
14h

ເຈົ້າອອກເຮືອນເລີຍ, ເຈົ້າອອກບໍ່ໄດ້ຕ້ອງອົດທົນເອົາ, ພະຍາຍາມກຽມພ້ອມໃຫ້ໄດ້ອອກ ຈຶ່ງບໍ່ມີບັນຫາ, ເມື່ອເຈົ້າພ້ອມມີເງິນກໍອອກເລີຍ

ປາເວົ້າເກັ່ງ
ປາເວົ້າເກັ່ງ
14h

ຂະໜາດຂ້ອຍຢູ່ນອກ ດົນໆໄປຢາມກໍຄືກັນ ບາງຢ່າງເຮົາຫ້າມລູກບໍ່ໃຫ້ກິນ ເພິ່ນພັດໃຫ້ກິນ ເຮົາເວົ້າໃຫ້ພັດວ່າ ກິນໂລດບໍ່ຕາຍດອກ ໂອ້ຍ, ເຖົ້າລະລ້າເນາະ! ນ້ຳອັດລົມ, ປູອັດດິບ ຂ້ອຍບໍ່ໃຫ້ລູກກິນເພາະລູກຫາກໍ 2 ປີປາຍ ຂ້ອຍສຸດທີ່ຢາກຮ້າຍ ມາເຮືອນກໍດ່າຜົວຊຸດໃຫຍ່ໄຟກະພິບເລີຍ

ແມວໂຊກດີ
ແມວໂຊກດີ
14h

ເວົ້າເລື່ອງແມ່ຍ່ານີ້ 10 ປີ ກໍບໍ່ສຸດ

ງູກ້າຫານ
ງູກ້າຫານ
14h

ໂອ້ຍ! ອອກໄປຢູ່ສ່ວນຕົວ ປານຂຶ້ນສະຫວັນ

ໝາປ່າສະຫລາດ
ໝາປ່າສະຫລາດ
14h

ອອກມາດ່ວນ ບໍ່ຊັ້ນເຮົາຈະເສຍສຸຂະພາບຈິດ ເຈີມາແລ້ວ

ປາອົບອຸ່ນ
ປາອົບອຸ່ນ
14h

ຢູ່ສ່ວນຕົວສະບາຍໃຈສຸດ ຢາກເຮັດຫຍັງກໍເຮັດ ຢາກນຸ່ງເຄື່ອງແບບໃດກໍໄດ້ນຸ່ງ ຢາກກິນຫຍັງກໍເຮັດກິນ ຢາກນອນກໍໄດ້ນອນ ບໍ່ມີໃຜມາຜູກພັນວຸ້ນວາຍກັບຊີວິດ

ເຕົ່າໃຈດີ
ເຕົ່າໃຈດີ
14h

ລູກໃພ້ກັບແມ່ຍ່າຊຳ່ຜີຫ່າຂຶ້ນເຮືອນ ດີມາຕະຫຼອດ ເຮັດມາຕະຫຼອດ ເຮົາບໍ່ເຮັດບາດດຽວຜິດ ເຂົາເຈິມາແລ້ວ

ໜ້າ 1 ຈາກ 2ຖັດໄປ
ກະລຸນາປະຕິບັດຕາມນະໂຍບາຍເວັບໄຊທ໌ຄລິກເພື່ອອ່ານນະໂຍບາຍເວັບໄຊທ໌