ໄຄແນ່ຂ້ອຍນັ່ງຕັ່ງກິນ
ຕອນປູ່ຍ່າກໍນັ່ງຮຽບຮ້ອຍ ເພິ່ນອີ່ມແລ້ວກໍຕາມສະບາຍເລີຍ
ມັນເປັນມາລະຍາດຂັ້ນພື້ນຖານເດີ້
ຂ້ອຍສູ່ມື້ນີ້ນັ່ງກິນເຂົ້າຜູ້ດຽວ ຍ້ອນເລື່ອງນີ້ລະ
ກໍສົມພໍເພິ່ນວ່າ
ຂ້ອຍໄປເຮືອນພໍ່ປູ່ແມ່ຍ່າ ຍາມແຕ່ງກິນແລ້ວໄປນັ່ງກິນເຂົ້າລະມັກເຈັບທ້ອງ ໃຜເປັນຄືຂ້ອຍແດ່
ແລ້ວແຕ່ຄອບຄົວ ບາງຄອບຄົວກໍຖືຕົວມັກຕິ ແຕ່ບາງຄອບຄົວກໍບໍ່ປານນັ້ນ ຢູ່ແບບສະບາຍ
ປູ່ຍ່າຂ້ອຍເພິ່ນບໍ່ຖືໃດ, ເພິ່ນກໍມີແຕ່ບອກວ່າເຮົານັ່ງແບບໃດສະບາຍກໍໃຫ້ນັ່ງ ແຕ່ຂ້ອຍກໍບໍ່ເຄີຍນັ່ງຂັດສະໝາດຈັກເທື່ອເພາະມັນນັ່ງຍາກ
ພໍ່ປູ່ເຈົ້າບໍ່ມີລູກສາວຫວາ ຄືຊິຊ້ຳໄຮຄັກ ເລື່ອງນັ່ງເອົາແຕ່ຄວາມສະດວກ ໝົດຍຸກ 90 ແລ້ວ
ປູ່ຍ່າຂ້ອຍບໍ່ຖື ຢາກນັ່ງແບບໃດກໍນັ່ງຕາມສະບາຍ ແມ່ມື້ນີ້ນອນນຳຍ່າພ້ອມ ເມື່ອຢາມຍາມໃດ
ເຂົ້ານໍາເພິ່ນນັ່ງພັບພຽບ ປູ່ຍ່າອອກທິຕະມາດເລີຍ ຊັ້ນລະກິນເຂົ້າບໍ່ອີ່ມ
ມັນກໍສົມຄວນທີ່ເພິ່ນເວົ້າໃຫ້ຫັ້ນລະ
ຂ້ອຍເອົາແຕ່ສະດວກ ທີ່ກໍພັບແພບ ຂັດສະມາທິ ຢ່ອງຢໍ້ ເອົາແຕ່ທັນ
ປູ່ຍ່າຂ້ອຍບໍ່ຖືຊາ ເປັນກັນເອງ ນັ່ງແບບໃດກໍໄດ້ ເອົາທີ່ສະບາຍໃຈໂລດ
ຖ້ານັ່ງພື້ນກິນເຂົ້າເປັນພາ, ໃນຖານະເຮົາເປັນໃພ້ບໍ່ຄວນນັ່ງຂັດສະໝາດເດີ້ ມັນເບິ່ງຄືເຮົາເປັນຄົນບໍ່ມີມາລະຍາດ ດີແທ້ນັ່ງກິນຢູ່ໂຕະຈະດີກວ່າ
ມັນກໍຖືກຄວາມເພິ່ນ ແຕ່ເຮົານັ່ງພັບພຽບບໍ່ໄດ້ກໍຂໍອະນຸຍາດເພິ່ນ ຄືຂ້ອຍຄັນນັ່ງພັບພຽບແລ້ວກິນເຂົ້າບໍ່ແລ້ວ ປ່ຽນເບື້ອງຕະຫຼອດ ຂໍອະນຸຍາດແລ້ວຂັດສະມາທິເລີຍ ອີ່ມດີ
ນັ່ງກໍຍັງຜິດລະ ໄປຢູ່ນຳກັນແຮງບໍ່ວ່າແລ້ວເນາະ ໃຜບໍ່ເຈີປູ່ຍ່າມັກລຳລິລຳໄລຈົມປ້ອຍແມ່ນມີບຸນສຸດ
ສະໄໝນີ້ນຸ່ງໂສ້ງ ນັ່ງແບບໃດກໍໄດ້. ສະໄໝແຕ່ກີ້ນຸ່ງແຕ່ສິ້ນ, ໂສ້ງຊິລິບບໍ່ໃສ່, ບາງຄົນນັ່ງປະຫີປະແຕດ ຜູ້ເຖົ້າກໍເລີຍບອກວ່າໃຫ້ນັ່ງພັບເພບ. ຄຳຜູ້ເຖົ້າເພິ່ນວ່າ: 'ຊິນັ່ງໃຫ້ເບິ່ງຫີ, ຊິໜີໃຫ້ເບິ່ງກົ້ນ'.
ເຈົ້າກໍບໍ່ຄວນນັ່ງແບບນັ້ນ, ເປັນຜູ້ຍິງກິນເຂົ້ານຳປູ່ນຳຍ່ານະ
ຂ້ອຍແຕ່ງງານມາ 5-6 ປີ, ກິນເຂົ້າກັບໃຜກໍບໍ່ນັ່ງພັບເພບ ເພາະຂ້ອຍເມື່ອຍ; ໃຜຊິເບິ່ງວ່າບໍ່ມີມາລະຍາດກໍຢ່າເຖາະ ເພາະບໍ່ມີຢູ່ແລ້ວ.