Mukarn

Mukarn

ຊຸມຊົນອອນລາຍສຳລັບຄົນລາວ

ໂພສກະທູ້ໃໝ່ ແລະ ເລີ່ມການສົນທະນາ

ກະທູ້ໃໝ່

ຄລິກເພື່ອອ່ານນະໂຍບາຍເວັບໄຊທ໌

#ກົດໝາຍມໍລະດົກ

1 ກະທູ້

ການປຶກສາກົດໝາຍກ່ຽວກັບການແບ່ງມໍລະດົກທີ່ດິນ ແລະ ຄ່າເຊົ່າ

ກົດໝາຍ ແລະ ສິດທິ
ສິງKind•10h

ຢາກຂໍຄຳແນະນຳກ່ຽວກັບກົດໝາຍມໍລະດົກ. ພໍ່ຂອງຂ້າພະເຈົ້າໄດ້ເສຍຊີວິດຕັ້ງແຕ່ປີ 2019, ພໍ່ມີດິນມູນທີ່ມີຊື່ 3 ອ້າຍນ້ອງ (ໃບຕາດິນຢູ່ນຳອາ). ທີ່ດິນຕອນນີ້ໄດ້ປ່ອຍເຊົ່າ ແຕ່ອາບໍ່ຍອມແບ່ງຄ່າເຊົ່າໃຫ້. ເຄີຍໄປໂອລົມກັນຢູ່ຫ້ອງການບ້ານ, ບົດສະຫຼຸບແມ່ນອາຈະໃຫ້ພຽງແຕ່ 500$ ຖ້າບໍ່ເອົາກໍບໍ່ຕ້ອງເອົາ, ແຕ່ລາຄາໃຫ້ເຊົ່າຕົວຈິງແມ່ນ 9,000$ ເລີຍຕັດສິນໃຈບໍ່ຮັບຂໍສະເໜີນັ້ນ. ໄດ້ມີການໄກ່ເກ່ຍກັນຢູ່ບ້ານຫຼາຍຮອບ, ອາກໍມາແດ່ບໍ່ມາແດ່ ຈົນຕອນນີ້ຜ່ານມາຫຼາຍປີແລ້ວ. ຂ້າພະເຈົ້າຢາກຟ້ອງຂາຍດິນຕອນນີ້, ຢາກຮູ້ວ່າຕ້ອງດຳເນີນເລື່ອງແນວໃດ? ຢາກໃຫ້ຜູ້ທີ່ມີຄວາມຮູ້ຊ່ວຍແນະນຳ. #ກົດໝາຍມໍລະດົກ #ຂໍຄຳປຶກສາ #ທີ່ດິນ

▲1 ຄະແນນ✦9 ຄຳຕອບເປີດກະທູ້ →