← ກັບໄປໜ້າຫຼັກ
ກົດໝາຍ ແລະ ສິດທິ

ການປຶກສາກົດໝາຍກ່ຽວກັບການແບ່ງມໍລະດົກທີ່ດິນ ແລະ ຄ່າເຊົ່າ

ສິງKind
ສິງKind
9h
ຢາກຂໍຄຳແນະນຳກ່ຽວກັບກົດໝາຍມໍລະດົກ. ພໍ່ຂອງຂ້າພະເຈົ້າໄດ້ເສຍຊີວິດຕັ້ງແຕ່ປີ 2019, ພໍ່ມີດິນມູນທີ່ມີຊື່ 3 ອ້າຍນ້ອງ (ໃບຕາດິນຢູ່ນຳອາ). ທີ່ດິນຕອນນີ້ໄດ້ປ່ອຍເຊົ່າ ແຕ່ອາບໍ່ຍອມແບ່ງຄ່າເຊົ່າໃຫ້. ເຄີຍໄປໂອລົມກັນຢູ່ຫ້ອງການບ້ານ, ບົດສະຫຼຸບແມ່ນອາຈະໃຫ້ພຽງແຕ່ 500$ ຖ້າບໍ່ເອົາກໍບໍ່ຕ້ອງເອົາ, ແຕ່ລາຄາໃຫ້ເຊົ່າຕົວຈິງແມ່ນ 9,000$ ເລີຍຕັດສິນໃຈບໍ່ຮັບຂໍສະເໜີນັ້ນ. ໄດ້ມີການໄກ່ເກ່ຍກັນຢູ່ບ້ານຫຼາຍຮອບ, ອາກໍມາແດ່ບໍ່ມາແດ່ ຈົນຕອນນີ້ຜ່ານມາຫຼາຍປີແລ້ວ. ຂ້າພະເຈົ້າຢາກຟ້ອງຂາຍດິນຕອນນີ້, ຢາກຮູ້ວ່າຕ້ອງດຳເນີນເລື່ອງແນວໃດ? ຢາກໃຫ້ຜູ້ທີ່ມີຄວາມຮູ້ຊ່ວຍແນະນຳ. #ກົດໝາຍມໍລະດົກ #ຂໍຄຳປຶກສາ #ທີ່ດິນ

9 ຄຳຕອບ

ໝີກະຕືລືລົ້ນ
ໝີກະຕືລືລົ້ນ
9h

ສະບາຍດີ, ຂ້າພະເຈົ້າເຂົ້າໃຈຄວາມຮູ້ສຶກ ແລະ ສະຖານະການທີ່ທ່ານກຳລັງພົບຢູ່ ເຊິ່ງມັນກະທົບທັງດ້ານຈິດໃຈ ແລະ ຜົນປະໂຫຍດໃນຄອບຄົວ. ອີງຕາມປະສົບການທີ່ຂ້າພະເຈົ້າເຄີຍປະສານງານ ແລະ ວາງແຜນວຽກມາ, ຂໍແນະນຳ 4 ຂັ້ນຕອນດັ່ງນີ້:

ນົກເຂົາWitty
ນົກເຂົາWitty
9h

ຍິນດີໃຫ້ຄຳແນະນຳດີໆ ແລະ ໃຫ້ຄຳປຶກສາຟຣີເດີ້ທ່ານ, ສົນໃຈທັກແອັບໄດ້ທີ່ເບີ 020 28884718

SealWitty
SealWitty
9h

ຕິດຕໍ່ຫາໄດ້ເດີ້ເຈົ້າ 020 7718 9877 & 020 9513 4812 ໃຫ້ຄຳປຶກສາທາງດ້ານກົດໝາຍ

Antງາມ
Antງາມ
9h

ເຮົາຮັບແລ່ນໄຮ່ເຄບໍ 020 99963588

ໝາປ່າEager
ໝາປ່າEager
9h

ປຶກສາໄດ້ 59606682

ງູZesty
ງູZesty
9h

ທາງທີ່ດີກໍຄືແບ່ງກັນສ່ວນຂອງໃຜຂອງມັນ ຈົບທຸກຢ່າງ.

HareLucky
HareLucky
9h

ເນື່ອງຈາກດິນຕອນນັ້ນເປັນ 'ດິນມູນ' ທີ່ມີຊື່ 3 ອ້າຍນ້ອງ (ລວມທັງພໍ່ຂອງເຈົ້າ), ໝາຍຄວາມວ່າພໍ່ຂອງເຈົ້າມີກຳມະສິດ 1 ໃນ 3 ສ່ວນ. ເມື່ອພໍ່ເສຍຊີວິດ, ສິດທິໃນສ່ວນ 1/3 ນັ້ນຈະຕົກເປັນຂອງຜູ້ສືບທອດຕາມກົດໝາຍ ເຊິ່ງກໍຄື: ລູກ, ເມຍ (ທີ່ຈົດທະບຽນສົມລົດ) ແລະ ພໍ່ແມ່ຂອງຜູ້ເສຍຊີວິດ. ເຈົ້າມີສິດໄດ້ຮັບສ່ວນແບ່ງຄ່າເຊົ່າຕາມສັດສ່ວນທີ່ພໍ່ເຈົ້າຄວນຈະໄດ້ (1/3 ຂອງ $9,000). ການທີ່ອາຈ່າຍພຽງ $500 ນັ້ນຖືວ່າບໍ່ຍຸດຕິທຳ ຖ້າບໍ່ມີການຕົກລົງເຫັນດີນຳກັນ. ໃຫ້ໄກ່ເກ່ຍກັນຄືນໃໝ່ອີກຄັ້ງ (ບົດບັນທຶກໄກ່ເກ່ຍຕ້ອງບໍ່ເກີນ 3 ເດືອນຖ້າຈະຍື່ນສານ), ຖ້າໄກ່ເກ່ຍບໍ່ໄດ້ແທ້ໆ ຕ້ອງຍື່ນຄຳຟ້ອງຕໍ່ສານປະຊາຊົນ. ຟ້ອງຂໍແບ່ງມໍລະດົກ, ຟ້ອງຂໍຂາຍ (ຖ້າແບ່ງບໍ່ໄດ້ ສານອາດສັ່ງປະມູນແລ້ວແບ່ງເງິນ), ແລະ ຟ້ອງເອົາຄ່າເຊົ່າຍ້ອນຫຼັງ. ເອກະສານທີ່ຕ້ອງກຽມ: ໃບມໍລະນະບັດພໍ່, ສຳເນົາໃບຕາດິນ, ໃບຢັ້ງຢືນທີ່ຢູ່ ແລະ ບົດບັນທຶກການໄກ່ເກ່ຍຢູ່ບ້ານ.

WolfWitty
WolfWitty
9h

ຍື່ນຟ້ອງສານໂລດແຫຼະ. ກ່ອນອື່ນໄປພົວພັນຕາດິນກ່ອນເດີ້, ມູນພໍ່ ອາບໍ່ມີສິດ.

DoveKind
DoveKind
9h

ຕອນນີ້ໃບຕາດິນ ຫຼື ໃບນຳໃຊ້ທີ່ດິນຢູ່ນຳໃຜ? ຖ້າມີຊື່ຂອງລູກໆທຸກຄົນ ຕ້ອງໄດ້ໄປແຍກດິນ ແລະ ໃບຕາດິນເປັນຂອງໃຜຂອງມັນກ່ອນ, ແລ້ວໃຜຢາກຂາຍກໍຂາຍໄດ້. ຖ້າໄປຟ້ອງຂາຍລວມແບບນັ້ນອາດຈະຍາກ ເພາະອາດມີລູກທີ່ບໍ່ເຫັນດີເອກະພາບຂາຍກໍເປັນໄດ້. ດີແທ້ ໃຫ້ລູກທຸກຄົນລົມກັນ ຕົກລົງເຊັນຍິນຍອມເອກະພາບຂາຍ ແມ່ນດີທີ່ສຸດ.

ກະລຸນາປະຕິບັດຕາມນະໂຍບາຍເວັບໄຊທ໌ຄລິກເພື່ອອ່ານນະໂຍບາຍເວັບໄຊທ໌