20 ຄຳຕອບ
ຜົວບໍ່ເປັນຕາສະແຕກ
ຜົວບໍ່ໃຫ້ກຽດເມຍແບບນີ້
ໂອ້! ຄັນຊິປານນັ້ນປານນີ້ ບໍ່ຂໍຮ່ວມຊີວິດເດີ້ ເລື່ອງບົນຕຽງກໍບໍ່ເຫຼືອ ຄົນປະເພດແບບນີ້
ຖືກຂ້ອຍດ່າທັງສອງ
ຂ້ອຍວ່າຜົວແມ່ຫັ້ນເປັນບ້າແລ້ວ
ເປັນຂ້ອຍນີ້ ບໍ່ຖືກຕີນກະໜ້ອຍໜຶ່ງລະຜົວ
ຜົວບໍ່ໃຫ້ກຽດເຈົ້າເລີຍ ຂ້ອຍອ່ານຂ້ອຍຍັງບໍ່ມັກ ເປັນຜົວແທ້ໆ ເອົາເລື່ອງເມຍໄປເວົ້າ
ບໍ່ຄິດຫຍັງຫຼາຍດອກ ແປວ່າມັນບໍ່ໃຫ້ກຽດເຮົາ ມັນບ້າ
ສຳລັບຂ້ອຍມັນບໍ່ແມ່ນເລື່ອງຕະລົກ, ບໍ່ຄວນເອົາມາເວົ້າຢອກໄຍກັນຫຼິ້ນ. ຄຳວ່າຜົວເມຍຄວນໃຫ້ກຽດກັນທັງຕໍ່ໜ້າ ແລະ ລັບຫຼັງ.
ບໍ່ວ່າເລື່ອງໃດກໍບໍ່ສົມຄວນ, ຜົວເມຍກັນຄວນໃຫ້ກຽດກັນ. ຂ້ອຍຖ້າໄດ້ຍິນຜົວເວົ້າໃຫ້ໃນທາງລົບ ຂ້ອຍກໍພ້ອມບວກກັບຜົວເລີຍ ແລະ ຜົວຄືກັນ, ມີເລື່ອງລົບຫຼາຍແຕ່ເມຍຍັງບໍ່ເຄີຍເວົ້າໃຫ້ໃຜຮູ້, ເວົ້າແຕ່ແນວດີໆ.
ຄັນແມ່ນຂ້ອຍໄດ້ຍິນຜົວເວົ້າແບບນັ້ນ ຕົບປາກຜົວໃຫ້ໝູ່ຜົວເບິ່ງໂລດ ມັນບໍ່ແມ່ນແນວທີ່ຈະເອົາໄປເວົ້າ
ຖ້າເອົາຕາມຫຼັກກໍບໍ່ຄວນ ບໍ່ແມ່ນເລື່ອງຕະລົກ, ເວົ້າໃຫ້ເມຍ ຫຼື ຜູ້ຍິງຄົນອື່ນ ກໍບໍ່ຕ່າງຫຍັງກັບເວົ້າໃຫ້ແມ່ຕົນເອງ; ຄວນຕອບໂຕ້ ຢ່າໄດ້ອົມຂີ້ແຂ້ວແລ້ວມານັ່ງເຫຼືອໃຈຕາມຫຼັງ. ມັນກໍເກີດຈາກອະໄວຍະວະເພດຂອງແມ່ທີ່ມີເລືອດ ແລະ ມັນກໍດູດນົມແມ່ຄືກັນ
ມັນເສຍເສັ້ນ ປະຖິ້ມມັນໂລດ
ຂ້ອຍບໍ່ເຂົ້າໃຈ ຜົວເວົ້າເລື່ອງຮ່ວມເພດກັບເມຍຕອນລູກກິນນົມ ແລະ ຕອນເມຍເປັນປະຈຳເດືອນພ້ອມແມ່ນບໍ?
ກໍທຳມະດາ ຖືວ່າເປັນເລື່ອງເວົ້າຫຼິ້ນເວົ້າຫົວກັນ ຊິຖືສາເຮັດຫຍັງເລື່ອງສ່ຳນີ້ ບໍ່ເວົ້າກໍບໍ່ໄດ້ຫົວ ສຳລັບຂ້ອຍບໍ່ໄດ້ຊີລຽດ ຄຳເວົ້າຄຳຢອກບໍ່ຄວນຊິເກັບເອົາມາຄິດໃຫ້ເປັນເລື່ອງເປັນລາວ ເວົ້າຫຼິ້ນເວົ້າຫົວກັນໄປມັນກໍບໍ່ແມ່ນເລື່ອງເສຍຫາຍຫຍັງ
ຫຼືຂ້ອຍກະບ້ານຳຜົວຫວາ? ເພາະຂ້ອຍຄິດວ່າທຳມະດາ, ກິນຫຼິ້ນລົມຍອກມ່ວນຫົວແລ້ວກໍແລ້ວໄປ. ເຮົາກໍລົມກັບໝູ່ເຮົາຄືກັນ ເຂົາກໍລົມໄດ້ ມັນເປັນເວລາຜ່ອນຄາຍ. ຂ້ອຍພັດຄິດແນວນີ້: 1. ມື້ກູຢາກແຕັບ ຫ່າຕຳມັນນີ້ພັດເປັນປະຈຳເດືອນ. 2. ນົມຈົງໄວ້ໃຫ້ລູກກິນແດ່ເດີ້ ບໍ່ແມ່ນມຶງຊິລັກກິນແທນລູກຢູ່ນັ້ນໃດ. 3. ເມຍກູປານນັ້ນ ເຮັດຍາມໃດປານທ່ອນໄມ້ ປານເປົ່າເຂົ້າ. ແບບເວົ້າຍອກກັນ, ແຕ່ຖ້າຜົວຂ້ອຍໄປເວົ້າເລື່ອງແນວນີ້ກັບພໍ່ແມ່ນັ້ນ ເອີ! ມັນບໍ່ແມ່ນ. ອັນແນວນີ້ກໍຕ້ອງເວົ້າກັບໝູ່ມັນກໍຖືກແລ້ວ.
ມັນກ່ຽວກັບຫຍັງ, ຂ້ອຍບໍ່ເຂົ້າໃຈ
ຜີບ້າ ດ່າມັນໝົດຫັ້ນລະ ມັນມີປັນຍາເຮັດໄດ້ບໍ ມືນເດ
ຖືວ່າໄດ້ຜົວປາກແບ້ ຮ້າຍກວ່າຜູ້ຍິງເຮົາ, ຄົນເກັບຄວາມລັບບໍ່ໄດ້, ປາກສະຫວ່າງບໍ່ຮູ້ຄວາມ, ເອົາເລື່ອງຄອບຄົວສ່ວນຕົວໄປເວົ້າ. ຜົວແບບນີ້ຫາເຫົ່າໃສ່ຫົວ; ເວົ້າງ່າຍໆ, ຜົວເຈົ້າມັນບໍ່ຮູ້ຄວາມ. ຈົບ.
ຂໍຖາມແດ່ ຂ້ອຍບໍ່ເຂົ້າໃຈ ເປັນປະຈຳເດືອນໃຫ້ລູກກິນນົມຄາເຕົ້າແມ່ບໍ່ໄດ້ບໍ? ບໍ່ຮູ້ຈຶ່ງຖາມເດີ້