ແມ່ໆ ຄິດວ່າຂ້ອຍເປັນຄົນແນວໃດ? ເວລາຜົວໄປເຮັດວຽກ ກໍຄືເຮັດວຽກບໍ່ມີເວລາຢູ່ເຮືອນ ບໍ່ມີເວລາຫຼິ້ນນຳລູກເຕົ້າ ເຮົາກໍບໍ່ມັກ. ບາດລາວພັກວຽກປະມານ 3-4 ມື້ ກໍຄືມີແຕ່ນອນກັບນອນ, ຕື່ນມາກິນແລ້ວກໍນອນ ເຮົາກໍບໍ່ມັກ. ມັນເປັນນຳຜົວ ຫຼື ເປັນນຳເຮົາແທ້? #ຊີວິດຄອບຄົວ #ບັນຫາຜົວເມຍ #ລູກນ້ອຍ
ແມ່ໆ ຄິດແນວໃດ ກັບການທີ່ຜົວ ແລະ ໝູ່ຜົວ ເອົາເລື່ອງທີ່ເມຍເປັນປະຈຳເດືອນ ແລະ ໃຫ້ລູກກິນນົມຄາເຕົ້າ ໄປເວົ້າຢອກລໍ້ກັນ ແລະ ຫົວຂວັນມ່ວນຊື່ນ? ມັນເປັນເລື່ອງທີ່ຕະຫຼົກບໍ? #ຄອບຄົວ #ໃຫ້ກຽດເມຍ #ບັນຫາຜົວເມຍ