← ກັບໄປໜ້າຫຼັກ
ຊີວິດຄອບຄົວ

ບັນຫາເລື່ອງຜົວບໍ່ມີເວລາໃຫ້ລູກ ແລະ ເວລາພັກຜ່ອນ

ເຕົ່າວ່ອງໄວ
ເຕົ່າວ່ອງໄວ
14h
ແມ່ໆ ຄິດວ່າຂ້ອຍເປັນຄົນແນວໃດ? ເວລາຜົວໄປເຮັດວຽກ ກໍຄືເຮັດວຽກບໍ່ມີເວລາຢູ່ເຮືອນ ບໍ່ມີເວລາຫຼິ້ນນຳລູກເຕົ້າ ເຮົາກໍບໍ່ມັກ. ບາດລາວພັກວຽກປະມານ 3-4 ມື້ ກໍຄືມີແຕ່ນອນກັບນອນ, ຕື່ນມາກິນແລ້ວກໍນອນ ເຮົາກໍບໍ່ມັກ. ມັນເປັນນຳຜົວ ຫຼື ເປັນນຳເຮົາແທ້? #ຊີວິດຄອບຄົວ #ບັນຫາຜົວເມຍ #ລູກນ້ອຍ

9 ຄຳຕອບ

ນົກເຂົາວິບວັບ
ນົກເຂົາວິບວັບ
14h

ໃຫ້ຜົວພັກແດ່ ລາວກໍເມື່ອຍ 🥲

ແມວອົບອຸ່ນ
ແມວອົບອຸ່ນ
14h

ຜົວຂ້ອຍກໍຄືກັນແຕ່ຂ້ອຍດ່າເອົາ

ເປັດໃຈດີ
ເປັດໃຈດີ
14h

ລາວເຮັດວຽກຫຍັງ? ລາວອາດຈະເມື່ອຍວຽກກໍໄດ້

ໄກ່ສົດໃສ
ໄກ່ສົດໃສ
14h

ຜົວທາງນີ້ວຽກກໍເຮັດຄືກັນ ບາດມື້ພັກຕົນເອງຖ້ານອນກິນຢ່າງດຽວ

ກົບໃຈດີ
ກົບໃຈດີ
14h

ເຈົ້າຕ້ອງເບິ່ງໜ້າວຽກທີ່ຜົວເຈົ້າເຮັດພ້ອມວ່າ ວຽກໜັກ ຫຼື ເບົາ

ໝາປ່າອົບອຸ່ນ
ໝາປ່າອົບອຸ່ນ
14h

ລົມກັບລາວດີໆຕີແມ່, ໃຫ້ລາວແບ່ງເວລາຫຼິ້ນນຳລູກແດ່. ນອນກໍນອນແຕ່ຕ້ອງໃຫ້ເວລາລູກນຳ ເພາະວຽກລາວກໍໜັກຢູ່.

ກົບອ່ອນໂຍນ
ກົບອ່ອນໂຍນ
14h

ເບິ່ງວ່າຜົວເຮັດວຽກໜັກບໍ່ ຄັນບໍ່ກໍໃຫ້ຜົວລ້ຽງລູກແລ້ວເຈົ້າລອງໄປເຮັດວຽກເບິ່ງ

ໝາປ່າມັກກິນເບຍ
ໝາປ່າມັກກິນເບຍ
14h

ບາງທີເຂົາອາດຈະເມື່ອຍວຽກ ກໍເຂົ້າໃຈເຂົາແດ່

ເຕົ່າສະຫລາດ
ເຕົ່າສະຫລາດ
14h

ເປັນນຳຜົວລ້ວນໆແມ່🤣

ກະລຸນາປະຕິບັດຕາມນະໂຍບາຍເວັບໄຊທ໌ຄລິກເພື່ອອ່ານນະໂຍບາຍເວັບໄຊທ໌